Saturday, May 2, 2015

ສະຖານທີ່ທ່ອງທ່ຽວວັງວຽງ



ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ທຳມະຊາດ ທິວທັດ​ພູຜາປ່າດົງ ຫ້ວຍ​ນ້ຳລຳທານເຊັ່ນແມ່ນ້ຳ​ຊອງ ໄຮ່​ນາ​ແບບ​ຂັ້ນ​​ໄດ ແລະ​ຫມູ່ບ້ານ​ຊົນເຜົ່າ​ພື້ນ​ເມືອງ​ເຜົ່າ​ຕ່າງ  ຊຶ່ງ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ຕ່າງ​ຫລົງ​ໄຫລ​ແວະ​ວຽນ​ກັນ​ມາ​ທ່ອງ​ທ່ຽວ​ຢ່າງ​ ບໍ່​ຂາດ​ສາຍ


ວັງ​ວຽງ ເມືອງ​ແຫ່ງ​ທຳມະຊາດ ທັດ​ນີຍ​ພາບ​ອັນ​ງົດ​ງາມ​ຕະ​ການ​ຕາ​ຂອງ​ທິວ​ທັດພູຜາປາດົງ ໄຮ່​ນາ​ແບບ​ຂັ້ນ​ບັນ​ໄດ ແລະ​ຫມູ່ບ້ານ​ຊົນເຜົ່າ​ພື້ນ​ເມືອງ ແລະ ​ເຜົ່າ​ຕ່າງ ໆ ຂອງ​ລາວ ເຊັ່ນ ລາວ​ສູງ ລາວ​ເທີງ ລາວ​ມົ້ງ ໄທ​ລື້ ຊົມ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພູເຂົາ​ທີ່​ເຕັມ​ໄປ​ດ້ວຍ​ປ່າ​ນານາ​ພັນ​ທີ່​ຂຶ້ນ​ຕາມ ​ທຳມະຊາດ ລະຫວ່າງ​ທາງ​ຊົມ​ຜາ​ຕັ້ງ ຊຶ່ງ​ເປັນ​ພູເຂົາ​ລູກ​ດຽວ​ທີ່​ຕັ້ງ​ຢູ່​ໂດດ​ດ່ຽວ ດ້ານ​ໜ້າ​ຂອງ​ພູເຂົາ​ມີແມ່​ນ້ຳ​ຊອງ​ໄຫລ​ຜ່ານ ພູເຂົາ​ຮູບ​ຮ່າງ​ແປກ​ຕາສະ​ຫລັບ​ຊັບ​ຊ້ອນ​ສວຍສົດງົດງາມ​ຫຼາຍນັກ​ທ່ອງ​ທ່ຽວ​ ຕ່າ​ງໆຕັ້ງນາມ​ວ່າ ກຸ້ຍ​ຫລິນ​ເມືອງ​ລາວ


No comments:

Post a Comment