ສະຖານທີ່ທ່ອງທ່ຽວວັງວຽງ



ເມື່ອ​ທ່ານ​ເລືອກ​ຊ່ວງ​ເວລາ​ໄດ້​ແລ້ວ ​ຜູ້ນຳທ່ຽວຈະ​ພາ​ໄປ​ຫາ​ຈຸດ​ເລິ່ມຕົ້ນການ​ລ່ອງ ​ເຊິ່ງສ່ວນ​ຫຼາຍຈະ​ເລິ່ມທີ່​ບໍລິ​ເວນ​ຜາຕັ້ງ ນັບ​ເປັນ​ສັນຍະ​ລັກ​ຂອງ​ກິດຈະ​ກຳ​ລ່ອງ​ຄາ​ຍັກ​ກໍ​ວ່າ​ໄດ້ ​ແຕ່​ຖ້າ​ທ່ານ​ໄປ​ລ່ອງ​ໃນ​ລະດູ​ແລ້ງ​ ຄື​ແນວ​ນີ້ ​ຜູ້ນຳທ່ຽວ ຈະ​ປ່ຽນ​ຈຸ​ເລິ່ມຕົ້ນ​ໄປ​ທີ່​ບໍລິ​ເວນ​ບ້ານ​ວຽງ​ສະ​ໄໝ​ແທນ ​ກ່ອນ​ຈະ​ລົງ​ຄາ​ຍັກ​ຜູ້ນຳທ່ຽວ ຈະ​​ແນະນຳ​ ແລະ ​ສອນ​ວິທີ​ການ​ລ່ອງ​ໃຫ້​ຢ່າງ​ຖືກ​ວິທີ ພ້ອມ​ທັງ​ສອນການ​ຊ່ວຍ​ເຫຼືອຕົນ​ເອງ​ໃນ​ເວລາ​ເຮືອ​ຂວ້ຳ​ ແລະ ​ບອກ​ຈຸດ​ແວ່​ພັກ​ຕ່າງໆ ​ໃນ​ລະຫວ່າງ​ກາງ​ທາງ.




ວັງ​ວຽງ ເມືອງ​ແຫ່ງ​ທຳມະຊາດ ທັດ​ນີຍ​ພາບ​ອັນ​ງົດ​ງາມ​ຕະ​ການ​ຕາ​ຂອງ​ທິວ​ທັດພູຜາປາດົງ ໄຮ່​ນາ​ແບບ​ຂັ້ນ​ບັນ​ໄດ ແລະ​ຫມູ່ບ້ານ​ຊົນເຜົ່າ​ພື້ນ​ເມືອງ ແລະ ​ເຜົ່າ​ຕ່າງ ໆ ຂອງ​ລາວ ເຊັ່ນ ລາວ​ສູງ ລາວ​ເທີງ ລາວ​ມົ້ງ ໄທ​ລື້ ຊົມ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພູເຂົາ​ທີ່​ເຕັມ​ໄປ​ດ້ວຍ​ປ່າ​ນານາ​ພັນ​ທີ່​ຂຶ້ນ​ຕາມ ​ທຳມະຊາດ ລະຫວ່າງ​ທາງ​ຊົມ​ຜາ​ຕັ້ງ ຊຶ່ງ​ເປັນ​ພູເຂົາ​ລູກ​ດຽວ​ທີ່​ຕັ້ງ​ຢູ່​ໂດດ​ດ່ຽວ ດ້ານ​ໜ້າ​ຂອງ​ພູເຂົາ​ມີແມ່​ນ້ຳ​ຊອງ​ໄຫລ​ຜ່ານ ພູເຂົາ​ຮູບ​ຮ່າງ​ແປກ​ຕາສະ​ຫລັບ​ຊັບ​ຊ້ອນ​ສວຍສົດງົດງາມ​ຫຼາຍນັກ​ທ່ອງ​ທ່ຽວ​ ຕ່າ​ງໆຕັ້ງນາມ​ວ່າ ກຸ້ຍ​ຫລິນ​ເມືອງ​ລາວ


No comments:

Post a Comment