ລັກສະນະຂອງເມືອງວັງວຽງ



ເມືອງ​ລາວ​ ຄື​ຄຳ​ນິຍາມ​ອັນ​ງົດ​ງາມ​ທີ່​ບໍ່​ເກີນ​ກວ່າ​ຄວາມ​ເປັນ​ຈິງ​ຂອງ​​ເມືອງ​ນ້ອຍໆ ທີ່​​ໂອບອ້ອມ​ດ້ວຍ​ພູ​ຜາ ​ແລະ ​ສາຍ​ນ້ຳ​ແຫ່ງ​ນີ້. ວັງ​ວຽງໜຶ່ງ​ໃນ​ເມືອງ​ທ່ອງ​ທ່ຽວ​ຍອດ​ນິຍົມ​ຂອງ​ລາວ ​​ໄກ​ຈາກ​ນະຄອນຫຼວງວຽງ​ຈັນ​ໄປ​ທາງ​ທິດ​ເໜືອປະມານ 160 ກມ ​ແລະ​​ ໃຊ້​ເວລາ​​ເດີນ​ທາງ​ປະມານ 3 ຊົ່ວ​ໂມງ, ​ເຖິງ​ແມ່ນ​ວ່າ​ວັງ​ວຽງ​ຈະ​​ເປັນ​ພຽງ​ເມືອງ​ນ້ອຍໆ ຢູ່​ກາງ​ປ່າ​ເຂົາ​ລຳ​ເນ​ົາ​ໄພ ​ແຕ່​ໃນ​ດ້ານ​ການ​ທ່ອງ​ທ່ຽວ ​ເມືອງ​ວັງ​ວຽງ​ຖື​​ໄດ້​ວ່າ​ມີ​ຊື່​ສຽງ​ໂດ່​ງດັງ​ແລະ​ ເປັນ​ທີ່​ຮູ້​ຈັກ​ບໍ່​ນ້ອຍ​ໄປ​ກວ່າ​ເມືອງ​ອື່ນ​ໃນ​ລາວ​ເລີຍ.


ດ້ວຍ​ພູມສັນຖານ ​ແລະ ​ບັນຍາກາດ​ຂອງ​ເມືອງ​ວັງ​ວຽງ ​ທີ່​ໂອ​ບອ້ອມ​ໄປ​ດ້ວຍ​ພູ​ຜາ​​ ແລະ​ ສາຍ​ນ້ຳ ​ເຮັດ​ໃຫ້​ວັງ​ວຽງ​ຖືກ​ຍ້ອງ​ຍໍ​ໃຫ້​ຄ້າຍ​ຄື​ ເມືອງ​ກຸ້ຍ​ຫຼິນຂອງ​ປະ​ເທດ​ຈີນ ​ໂດຍ​ສະ​ເພາະ​ໃນ​ຕອນ​ເຊົ້າທີ່​ສາຍ​ໝອກລອຍ​ພາດ​ຜ່ານຂຸນ​ເຂົາ​ ແລະ ​​ແມ່ນ້ຳຊອງອັນ​ກວ້າງ​ໃຫຍ່ ຖ້າ​ທ່ານ​ຜູ້​ອ່ານ​ໄດ້​ພັກ​ແຄມ​ນ້ຳ ຕ້ອງ​ຢ່າ​ພາດ​ໃນ​ການ​ຕື່ນ​ແຕ່​ເຊົ້າ​ເພື່ອ​ຊົມ​ຈັກ​ເທື່ອໜຶ່ງ ​ເຊິ່ງ​​ເປັນ​ເລື່ອງ​ແ​ປກ​ແຕ່​ມີ​ຈິງ​ທີ່​ເມືອງ​ວັງ​ວຽງ​ຍັງ​ມີ​ຄູ່​ແຝດ​ທີ່ ​ມີ​ພູມ​ສັນຖານ​ ແລະ ​ບັນຍາກາດ​ຄ້າຍ​ຄື​ເມືອງ​ກຸ້ຍ​ຫຼິນ​​.
ປັດຈຸບັນ​ເມືອງ​ວັງ​ວຽງ​ ໄດ້​ເປີດ​ຕົວ​ເປັນ​ສະຖານ​ທີ່​ຍອດ​ນິຍົມ ​ຂອງ​ບັນດາ​ນັກ​ທ່ອງທ່ຽວແບັກ​ແພັກ​ເກີ້ຢ່າງ​ເຕັມ​ໂຕ ດ້ວຍ​ກິດຈະ​ກຳ​ອັນ​ຫຼາກຫຼາຍຂອງ​ເມືອງ​ວັງ​ວຽງ ທີ່​ສ່ວນ​ຫຼາຍ​ແລ້ວ​ແມ່ນ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ເຊີງ​ພະຈົນ​ໄພ ບໍ່​ວ່າ​ຈະ​ເປັນ​ພາຍ​ຄາ​ຍັກ, ຂີ່​ກົງ​ເບັງ, ປິນ​ໄຕ່​ທ່ຽວ​ຖ້ຳງາມ ​ເປັນຕົ້ນ ​ແຕ່​ສຳລັບ​ຄົນ​ມັກ​ນອນ​ເອນ​ກາຍ ອີ່​ມ​ເອີ​ບ​ໄປ​ດ້ວຍ​ບັນຍາກາດ ​ແລະ ​ທຳ​ມະ​ຊາດ ​ເມືອງ​ວັງ​ວຽງ​ເປັນ​ດັ່ງ​ສະຫວັນບົນ​ດິນ​ຂອງ​ທ່ານ.

No comments:

Post a Comment