ຊົມຖ້ຳງາມໃນວັງວຽງ



ຖ້ຳ​ຈັງ ຕັ້ງ​ຢູ່​ຫ່າງ​ຈາກ​ຕົວ​ເມືອງ​ວັງ​ວຽງ​ປະ​ມານ1-2 ກິ​ໂລ​ແມັດ ທາງ​ທີ່​ຈະ​ເດິນທາງ​ໄປ​ຍັງ​ຖ້ຳ​ຈັງ ນັກ​ທ່ອງ​ທ່ຽວ​ຈະ​ຕ້ອງ​ຍ່າງ​ຜ່ານ​ຂົວ​ຂ້າມ​ແມ່ນ້ຳ​ຊອງ ຊຶ່ງ​ເປັນ​ເອກ​ລັກ​​ອີກ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ວັງ​ວຽງ ເນື່ອງ​ຈາກຂົວຂ້າມ​ຈະ​ມີ​ສີ​ສົ້ມ​ສະ​ດຸດ​ຕາ ສ່ວນ​ການເດິນທາງ​ຂຶ້ນ​ໄປ​ຖ້ຳ​ຈັງ​ນັ້ນ ຈະ​ຕ້ອງ​ຍ່າງ​ຂຶ້ນ​ບັນ​ໄດ​ປະ​ມານ 150 ຂັ້ນ ເປັນ​ທາງ​ລາດ​ຊັນ ເມື່ອ​ຍ່າງ​ຂຶ້ນ​ໄປ​ເຖິງ​ກໍ່​ຈະ​ພົບ​ກັບ​ຖ້ຳ​ຈັງ ຊຶ່ງ​ແບ່ງ​ເປັນ 2 ທາງ​ແຍກ​ນຳກັນ​ຄື ຖ້ຳ​ຝັ່ງ​ຊ້າຍ​ມື ເມື່ອ​ຍ່າງ​ເຂົ້າໄປ​ກໍ່​ຈະ​ໄປ​ເຖິງ​ຈຸດ​ຊົມ​ວິວ ຈາກ​ຈຸດ​ນີ້​ສາມາດ​ເບິ່ງເຫັນ​ວິວ​ແມ່ນ້ຳ​ຊອງ ກັບ​ທົ່ງ​ນາ​ສີ​ຂຽວ ກັບ​ທຳມະຊາດ​ທີ່​ສົມບູນ​ຂອງ​ເມືອງ​ວັງ​ວຽງ​ໂດຍ​ຈະ​ສາມາດ​ເບິ່ງເຫັນ​ໄດ້​ທັງ​ ເມືອງ ສ່ວນ​ໂຊນ​ຂວາ​ມື ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ສຳ​ຜັດ​ກັບ​ຫີນ​ງອກ​ຫີນ​ຍ້ອຍ​ໃນ​ຮູບ​ລັກ​ສະນະ​ຕ່າງໆ ພາຍ​ໃນ​ຖ້ຳ​ອາ​ກາດ​ເຢັນ​ສະບາຍ ແລະ​ຈະ​ມີ​ນ້ຳ​ໄຫລ​ອອກຈາກ​ປາກ​ຖ້ຳ​ສູ່​ແມ່ນ້ຳ​ດ້ານ​ລຸມ



ເມືອງ​ວັງ​ວຽງ​ນອກ​ຈາກ​ຈະ​ເປັນ​ເມືອງ​ທີ່​ສວຍ​ງາ​ມທີ່​ຖືກ​ໂອບອ້ອມ​ດ້ວຍ​ ໜ່ວຍພູ​ແລະ​ຜາ​ຫິນ​ອັນ​ສະຫຼັບຊ້ອນ​ ພ້ອມ​ທັງ​ສາຍ​ນ້ຳຊອງ​ທີ່​ແສນ​ງາມ​ແລ້ວ ຍັງ​ມີ​ຖ້ຳທີ່ໜ້າທ່ອງ​ທ່ຽວ​ຈຳນວນ​ຫຼວງຫຼາຍ ​ເຊັ່ນ ຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູ​ຄຳ, ຖ້ຳນ້ຳ, ​ຖ້ຳນອນ ​ແລະ​ຜາຕັ້ງ. ຖ້ຳຈັງ​ຕັ້ງຢູ່ ​ໄກ​ຈາກ​ສະໜາມບິນ​ເກົ່າ​ປະມານ 500 ​ແມັດ ​ເພິ່ນ​ຈະ​ເປີດ​ໃຫ້​ເຂົ້າທ່ຽວ​ຊົມ ​ແຕ່​ເວລາ 8:00 ​ 17:00 ​ໂມງ. ​ເປັນ​ຖ້ຳ​ແຫ່ງ​ດຽວ​ທີ່​ມີ​ໄຟຟ້າ​ຕິດ​ຕັ້ງຢູ່​ພາຍ​ໃນ​ຖ້ຳ, ​ໃນ​ອະດີດ​ປະ​ຊະ​ຊາ​ຊົນ​ເຊື່ອ​ວ່າ​ຖ້ຳ​ແຫ່ງ​ນີ້​ເປັນ​ຖ້ຳສັກສິດ ຖ້າ​ໃຜ​ເຮັດ​ສິ່ງ​ທີ່​ບໍ່​ດີ​ບໍ່ງາມ​ໃນ​ຖ້ຳຈະ​ເກີດ​ອາການ​ຈັງ ​ເຊິ່ງອາການ​ຈັງ​ໄດ້​ກາຍ​ມາ​ເປັນ​ຊື່ວ່າ ຖ້ຳຈັງ”.

No comments:

Post a Comment